10/12/2024
ກອງປະຊຸມບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ວັນທີ 10-12 ທັນວາ 2024, ທີ່ຫ້ອງປະຊຸມຂອງບໍລິສັດລາວໂທລະຄົມ ສາຂາແຂວງບໍລິຄໍາໄຊ,ໃຫ້ກຽດເປັນປະທານໂດຍ ສະຫາຍ ສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຮອງເລຂາຄະນະພັກຮາກຖານ, ປະທານ-ຮອງປະທານກວດກາຄະນະພັກຮາກຖານ, ຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກ, ມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ຮັບຟັງການເຊື່ອມຊຶມເອກະສານ 3 ບົດ ( ບົດທີ 1: ຄໍາສັ່ງຂອງກົມການ ເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍ ສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ, ບົດທີ 2: : ຄໍາສັ່ງຂອງຄະນະປະ ຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.ໂດຍສະຫາຍ ຫົງວິໄລ ຈຸນລະມຸນຕີຮອງເລຂາຄະນະພັກຮາກຖານ
ແລະ ບົດທີ 3: ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.ໂດຍ ສະຫາຍ ວັດທະນາ ໄຊຍະແສງ ປະທານກວດກາຄະນະພັກຮາກຖານ ) ແລະ ໃນຕອນບ່າຍຂອງມື້ດຽວກັນນັ້ນ ຢູ່ແຕ່ລະໜ່ວຍພັກ ໄດ້ດໍາເນີນການສໍາຫຼວດກວດກາ,ທາບທາມຄຳເຫັນສົ່ງຂ່າວ ແລະ ຕີລາຄາຄຸນນະພາບ, ແບ່ງປະເພດໜ່ວຍພັກ, ສະມາຊິກພັກ , ໂດຍການນໍາພາ-ຊີ້ນໍາ ຂອງເລຂາໜ່ວຍພັກ ແລະ ລົງຕິດຕາມຂອງຄະນະພັກຮາກຖານ.