ຊົມເຊີຍຜົນສຳເລັດກອງປະໃຫຍ່ໜ່ວຍພັກ ພະແນກ ຕສ ຢ່າງສຸດໃຈ.

16/12/2024

ຊົມເຊີຍຜົນສຳເລັດກອງປະໃຫຍ່ໜ່ວຍພັກ ພະແນກ ຕສ ຢ່າງສຸດໃຈ.

 

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ໄດ້ໄຂຂື້ນໃນຕອນເຊົ້າ, ເວລາ 8 ໂມງ ຂອງວັນທີ 16 ທັນວາ 2024 ແລະ ດໍາເນີນມາເປັນເວລາເຄິ່ງວັນ ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີແຂກຖືກເຊີນຈາກເລຂາ, ຮອງເລຂາ, ຄະນະໜ່ວຍພັກອ້ອມຂ້າງຈຳນວນ 3 ສະຫາຍ, ມີສະມາຊິກພັກເຂົ້າຮ່ວມທັງໝົດ 17 ສະຫາຍ, ສໍາຮອງ 0 ສະຫາຍ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມສະຕິປັນຍາຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມ ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

 ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ລົງປະຊາມະຕິເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ດັ່ງນີ້:

  1. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກ, ໃນນັ້ນ ໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດ ແລະ ບົດຮຽນການນໍາພາ-ຊີ້ນຳ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ. ພ້ອມນີ້ ໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ ນັບແຕ່ປີ 2025-2029, ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້:
  1. ສືບຕໍ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ວິທີເຮັດວຽກ, ພ້ອມທັງກຳແໜ້ນກົດລະບຽບພັກ ແລະ ບັນດານິຕິກຳຕ່າງໆຂອງພັກໃຫ້ເລິກເຊິ່ງ, ນຳພາສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມໜັກແໜ້ນ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ;
  2. ເພີ່ມທະວີການນຳພາ-ຊີ້ນຳດ້ານວຽກງານວິຊາສະເພາະ ໂດຍການຊຸກຍູ້ບັນດາບໍລິສັດ ທີ່ໃຫ້ບໍລິການດ້ານໄປສະນີ, ໂທລະຄົມມະນາຄົມພາຍໃນແຂວງຂະຫຍາຍຕາໜ່າງໄປສະນີ, ໂທລະຄົມມະນາຄົມລົງສູ່ຊົນນະບົດ, ເຂດຫ່າງໄກສອກຫຼີກ, ປະຊາຊົນສາມາດເຂົ້າເຖິງ ແລະ ໄດ້ນຳໃຊ້ການບໍລິການດ້ານໄປສະນີ, ໂທລະຄົມມະນາຄົມຢ່າງກວ້າງຂວາງ; ຊຸກຍູ້ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝເຂົ້າໃນການບໍລິຫານ ແລະ ບໍລິການລັດ, ເຂົ້າໃນການດຳເນີນທຸລະກິດ, ການຜະລິດ ແລະ ການບໍລິການຢ່າງກວ້າງຂວາງ; ສູ້ຊົນຈັດຕັ້ງປະຕິບັດແນວທາງການເຫັນດິຈິຕອນຂອງພັກ ແລະ ລັດຖະບານ ຕາມ 3 ເສົາຄ້ຳ: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ໃນຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນຈິງເທຶ່ອລະກ້າວ;
  3. ສືບຕໍ່ຊຸກຍູ້, ສ້າງທຸກເງື່ອນໄຂ ໃຫ້ບັນດາອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ພ້ອມທັງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ພັກຢ່າງແຂງແຮງ, ແຕ່ລະອົງການຈັດຕັ້ງມະຫາຊົນ ໃຫ້ຮັກສາໄດ້ນາມມະຍົດຂອງຕົນຄື: ແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກຳມະບານ 5 ເປັນເຈົ້າ;
  4. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ພາຍໃນພັກ, ພາຍໃນພະແນກມີຄວາມສະຫງົບໂດຍພື້ນຖານ, ມີຄວາມເປັນລະບຽບຮຽບຮ້ອຍ;
  5. ສືບຕໍ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ ຕິດພັນກັບການປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຮັບປະກັນ 3 ລັກສະນະຄື: ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ສັກສະນະຕໍ່ສູ້ພາຍໃນພັກ, ເສີມຂະຫຍາຍທັດສະນະກ້າຄິດ, ກ້າເວົ້າ, ກ້າເຮັດ ແລະ ກ້າຮັບຜິດຊອບ.

II. ,:

1)  ສະຫາຍ ວັດທະນາ ສີສຸວັນທອງ

  1.  
  1. ສະຫາຍ ນາງ ແສງອາລຸນ ໄຊມູນວົງ

 III. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະພັກ ສະໄໝທີ III ໄດ້ເປັນເອກະສັນເລືອກເອົາເລຂາ, ຮອງເລຂາ ແລະ  ຜູ້ກວດກາໜ່ວຍພັກ ດັ່ງນີ້:

1)  ສະຫາຍ ວັດທະນາ ສີສຸວັນທອງ ເປັນເລຂາໜ່ວຍພັກ.

  1.  
  2.   ສະຫາຍ ນາງ ແສງອາລຸນ ໄຊມູນວົງ ເປັນຜູ້ກວດກາໜ່ວຍພັກ.

IV. ກອງປະຊຸມໃຫຍ່ພວກເຮົາ ໄດ້ເປັນກຽດຮັບຟັງການໂອ້ລົມຈາກສະຫາຍ ປອ ດວງຕາ ມໍລະຄາສຸກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງບໍລິຄໍາໄຊ, ເຊີ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນຳຂອງຄະນະພັກ ຊຸດທີ II ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳສະມາຊິກພັກ, ພະນັກງານ ປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມດຽວກັນນີ້ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງມາຍັງຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ ສະຫາຍກໍ່ໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານເປັນຕົ້ນ: ການບູລະນະການຈັດຕັ້ງ, ການປະຕິບັດແນວທາງ ນະໂຍບາຍຂອງພັກ; ການສ້າງພັກຕາມ 5 ຫຼັກການ 3 ທິດນຳ; ການສຶກສາອົບຮົມການເມືອງ-ແນວຄິດ; ການປັບປຸງກົນໄກການນຳພາ-ຊີ້ນຳ, ແບບແຜນວິທີເຮັດວຽກ; ການເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ; ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແລະ ບັນຫາອື່ນໆອີກ ທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຍິ່ງ; ສະຫາຍໄດ້ສະແດງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ຄັ້ງທີ III ໃຫ້ຍາດໄດ້ຜົນງານອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

     V. ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂື້ນ ເຮັດໃຫ້ວຽກງານເຕັກໂນໂລຊີ, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານພາຍໃນແຂວງ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຖືກຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ມີຜົນສຳເລັດອັນສະຫງ່າງາມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ
ໜັງສືພິມ