AnchorAnchorຊຸກຍູ້ສົ່ງເສີມ ແລະ ເກັບກຳຂໍ້ມູນ ບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ

06/02/2024

AnchorAnchorຊຸກຍູ້ສົ່ງເສີມ ແລະ ເກັບກຳຂໍ້ມູນ ບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ

ໃນລະຫວ່າງວັນທີ 22-26 ມັງກອນ 2024 ຜ່ານມານີ້, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຊຸກຍູ້, ສົ່ງເສີມ ແລະ ລົງເກັບກຳຂໍ້ມູນການດຳເນີນທຸລະກິດຂອງບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ ( ແຂວງວຽງຈັນ, ແຂວງບໍໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ) ໂດຍການນໍາພາຂອງ ທ່ານ ສຸລິຍາ ຄຳບູຣາວົງ, ຫົວໜ້າກົມໄປສະນີ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຈາກພະແນກ ເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດຜູ້ປະກອບການດ້ານໄປສະນີ ພາຍໃນ 4 ແຂວງດັ່ງກ່າວ.

 ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການພັດທະນາຂະແໜງການໄປສະນີ ຢູ່ແຕ່ລະແຂວງ ໂດຍການນຳສະເໜີຂອງຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຂະແໜງການໄປສະນີນຳສະເໜີໂດຍ ວິທະຍາກອນ ກົມໄປສະນີ ເປັນຕົ້ນແມ່ນຂໍ້ຕົກລົງ ວ່າດ້ວຍການກຳນົດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ ສະບັບເລກທີ 168/ປທສ, ລົງວັນທີ 23 ມັງກອນ 20217 ຊຶ່ງເປັນນິຕິກຳທີ່ສຳຄັນ ຕິດພັນກັບ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສະຖານທີ່ບໍລິການໄປສະນີ ສະບັບເລກທີ 957/ກຕສ,  ລົງວັນທີ 16 ມີນາ 2023 ຊຶ່ງປະກອບດ້ວຍມາດຕະຖານປ່ອງບໍລິການ, ມາດຕະຖານສູນແລກປ່ຽນເມ ແລະ ຕົວຊີ້ວັດຕ່າງໆ. ພ້ອມກັນນັ້ນ, ກໍໄດ້ນໍາສະເໜີວິທີການກວດກາມາດຕະຖານ, ວິທີຄິດໄລ່ຄ່າທຳນຽມ, ຄ່າບໍລິການ, ຂັ້ນຕອນໃນການເກັບກຳສະຖິຕິ ແລະ ແນະນຳແບບຟອມຂອງການເກັບຂໍ້ມູນ ການພັດທະນາຂະແໜງການໄປສະນີໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ບັນດາຜູ້ປະກອບການໄປສະນີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີບາງບົດຮຽນໃນການບໍລິການທີ່ທັນສະໄໝຂອງໄປສະນີ ຂອງ ສ. ເກົາຫຼີ ຊຶ່ງໄດ້ນຳສະເໜີໂດຍ ທ່ານ Sang Ki Byoun ທີ່ປຶກສາອົງການ NIPA ປະຈຳກົມໄປສະນີ ນອກນັ້ນ, ຄະນະ ຍັງໄດ້ລົງຢ້ຽມຢາມຜູ້ໃຫ້ບໍລິການໄປສະນີ ເປັນຕົ້ນແມ່ນ ບໍລິສັດ ໄປສະນີລາວ ຈຳກັດ, ບໍລິສັດ ຮຸ່ງອາລຸນ ໂລຊິສຕິກ ຈຳກັດ, ບໍລິສັດ ມີໄຊ ຂົນສົ່ງດ່ວນ ແລະ ບໍລິສັດ ກຽງໄກ ຂົນສົ່ງດ່ວນ ພ້ອມທັງເກັບກໍາສະພາບການດໍາເນີນທຸລະກິດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງແຕ່ລະບໍລິສັດ ເພື່ອເປັນຂໍ້ມູນ ໃນການຄົ້ນຄວ້າກຳນົດນະໂຍບາຍ ແລະ ແຜນພັດທະນາຂະແໜງການໄປສະນີຂອງ ສປປ ລາວ ໃຫ້ກ້າວໜ້າ ແລະ ທັນສະໄໝ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ
ໜັງສືພິມ